ລາວ- ສ ເກົາຫລີສົ່ງເສີມການລົງທຶນປູກໄມ້ອຸດສາຫະກໍາ ແລະ ການປຸງແຕ່ງ

ສປປ ລາວ ແລະ ສ ເກົາ ຫລີ ໄດ້ມີການພົບປະແລກປ່ຽນບົດ ຮຽນສອງຝ່າຍ ລະຫວ່າງ ກະຊວງ ກະສິກຳ ແລປ່າໄມ້ ສປປ ລາວ ແລະ ກະຊວງປ່າໄມ້ ສ ເກົາຫລີ ນັ້ນ ໄດ້ຍົກບັນຫາຂຶ້ນມາປຶກສາຫາລື ນັ້ນ, ທັງສອງຝ່າຍເຫັນດີສືບຕໍ່ຄົ້ນຄວ້າປຶກສາຫາລືເພື່ອຈັດຕັ້ງຜັນຂະ ຫຍາຍຂອບຮ່ວມມືສອງຝ່າຍທີ່ໄດ້ ເຊັນຮ່ວມກັນຜ່ານມາໃນປີ2013.ຜົນຂອງການປຶກສາຫາລືເຫັນວ່າ ທັງສອງຝ່າຍຈະສືບຕໍ່ຈັດຕັ້ງປະ ຕິບັດ ຮ່ວມກັນໃຫ້ຫລາຍຂຶ້ນ ແລະ ຈະລິເລີ່ມປະຕິບັດໂຄງການ ຕ່າງໆໃນຕົ້ນປີ 2015 ໂດຍກວມ ເອົາ 5 ຂົງເຂດຄື: ການສົ່ງເສີມການລົງທຶນປູກໄມ້ອຸດສາຫະກຳ ແລະ ປຸງແຕ່ງໄມ້ໃນ ສປປ ລາວ, ວຽກງານ ຄົ້ນ ຄວ້າປ່າໄມ້, ການແລກປ່ຽນບົດຮຽນກ່ຽວກັບການພັດທະນາພັນໄມ້, ການຟື້ນຟູປ່າ ແລະ ປົກປັກຮັກສາປ່າໄມ້, ການ ປ່ອຍທາດອາຍພິດເຮືອນແກ້ວຈາກ ການທຳລາຍປ່າໄມ້ຂຶ້ນສູ່ຊັ້ນບັນ ຍາກາດ (ແລດ) REDD+ແລະ ການສ້າງບຸກຄະລາກອນໃນຮູບ ແບບຕ່າງໆ.ສ່ວນວິທີຈັດຕັ້ງປະຕິບັດທັງສອງຝ່າຍໄດ້ຈັດຕັ້ງຄະນະວິຊາການ ສະເພາະຂຶ້ນເພື່ອຄົ້ນຄວ້າ ແລະລົງເລິກລາຍລະອຽດ.

ການພົບປະສອງຝ່າຍທ່ານ ດຣ. ຕີ ພົມມະສັກ ລັດຖະມົນຕີຊ່ວຍ ວ່າການກະຊວງກະສິກຳ ແລະ ປ່າ ໄມ້ ແລະ ທ່ານ ດຣ. ຊີນວອງ ຊອບ Dr. Shin Won Sop ລັດຖະມົນ ຕີວ່າການກະຊວງປ່າໄມ້ ສ ເກົາຫລີ ໄດ້ມີຂຶ້ນໃນໂອກາດເຂົ້າຮ່ວມກອງ ປະຊຸມສະໄໝພິເສດລັດຖະມົນຕີ ປ່າໄມ້ອາຊຽນ-ສ ເກົາຫລີ ໃນ ລະ ຫວ່າງວັນທີ 10-11 ທັນວາ2014 ຜ່ານມາ ທີ່ບູຊານ ສ ເກົາຫລີ. ໃນກອງປະຊຸມ ທ່ານ ດຣ. ຕີ ພົມມະສັກ ຫົວໜ້າຄະນະຜູ້ແທນ ຈາກ ສປປ ລາວ ໄດ້ໃຫ້ທັດສະນະ ຄຳຄິດເຫັນຕໍ່ກອງປະຊຸມເຊິ່ງທ່ານ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງ ປ່າໄມ້ທີ່ໄດ້ປະກອບສ່ວນຢ່າງໃຫຍ່ ຫລວງໃຫ້ແກ່ປະເທດຊາດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ຍັງມີປະຊາຊົນ ສ່ວນຫລາຍທີ່ດຳລົງຊີວິດຢູ່ໃນເຂດ ຊົນນະບົດຫ່າງໄກສອກຫລີກ, ອາ ໄສທຳມະຊາດ ແລະ ປ່າໄມ້ ເປັນ ແຫລ່ງທຳມາຫາກິນ ເພື່ອລ້ຽງຊີບ ຂອງເຂົາເຈົ້າ. ສະນັ້ນ ຈິ່ງເຫັນໄດ້ ວ່າວຽກງານຄຸ້ມຄອງ ແລະ ປົກປັກ ຮັກສາປ່າໄມ້ ໃຫ້ມີຄວາມຍືນຍົງ ດ້ວຍຮູບແບບຕ່າງໆແມ່ນມີຄວາມ ສຳຄັນຫລາຍໃນຂອບເຂດທົ່ວປະ ເທດ, ພາກພື້ນ ແລະ ກໍຄືໃນໂລກ. ຫົວໜ້າຄະນະຜູ້ແທນ ຈາກ ສປປ ລາວ ຍັງໄດ້ໃຫ້ທັດສະນະວ່າ: ໂດຍ ລວມແລ້ວການຂະຫຍາຍຂອບ ຮ່ວມມືເພື່ອໃຫ້ກ້ວາງອອກນັ້ນ, ແມ່ນເປັນການດີ ສປປ ລາວ ເຫັນ ດີ ສະໜັບສະໜູນທາງດ້ານຫລັກການ ແຕ່ຕ້ອງໄດ້ປະຕິບັດຕາມຂັ້ນ ຕອນຕ່າງໆບົນພື້ນລະບຽບກົດ ໝາຍພາຍໃນຂອງປະເທດ ແລະ ຈະໄດ້ສືບຕໍ່ປຶກສາຫາລືກັບຂະ ແໜງການຕ່າງໆທີ່ກ່ຽວຂ້ອງຕື່ມ ອີກ. ນອກນັ້ນ, ຫົວໜ້າຄະນະຜູ້ແທນ ສປປ ລາວ ກໍໄດ້ເຂົ້າຮ່ວມອອກຖະແຫລງການຮ່ວມກັບບັນດາປະເທດ ສະມາຊິກອາຊຽນ-ສເກົາຫລີກ່ຽວ ກັບບັນຫາການສືບຕໍ່ການຮ່ວມ ມືດ້ານປ່າໄມ້, ການປົກປ້ອງສະພາບການ ປ່ຽນ ແປງທາງດ້ານດິນ ຟ້າອາກາດ, ການສືບຕໍ່ປຶກສາຫາລືການສ້າງຕັ້ງອົງກອນຮ່ວມມືດ້ານ ປ່າໄມ້ ແລະ ບັນຫາອື່ນໆທີ່ຕິດພັນ ກັບວຽກງານປ່າໄມ້ຈຳນວນໜຶ່ງ.

ຈຸດປະສົງຂອງກອງປະຊຸມຄັ້ງ ນີ້ເພື່ອປຶກສາຫາລື ແລະ ຮັບຟັງ ລາຍງານຕີລາຄາຄືນກ່ຽວກັບຜົນ ສຳເລັດຂອງການຮ່ວມມືດ້ານປ່າ ໄມ້ ລະຫວ່າງ ປະເທດສະມາຊິກ ອາຊຽນ ແລະ ສ ເກົາຫລີ ທີ່ໄດ້ເຊັນ ສັນຍາ MOU ຮ່ວມກັນ ມາແຕ່ປີ 2012. ພ້ອມດຽວກັນນັ້ນ, ກໍປຶກສາ ແລະ ຮັບຮອງເອົາແຜນພັດທະນາ ຮ່ວມກັນໃນປີຕໍ່ໜ້າ. ສະເພາະການ ຮ່ວມມືດ້ານປ່າໄມ້ໃນໄລຍະຜ່ານມານັ້ນ, ທັງສອງຝ່າຍໄດ້ເລັ່ງໃສ່ ວຽກງານຟື້ນຟູ ປ່າໄມ້ຮູບແບບການ ມີສ່ວນຮ່ວມຂອງປະຊາຊົນ ແລະ ການຈັດສັນຄຸ້ມຄອງປ່າໄມ້ບ້ານ, ການອະນຸລັກປ່າໄມ້ ແລະ ການ ປູກໄມ້ແບບຍືນຍົງ. ການສ້າງ ຄວາມເຂັ້ມແຂງໃຫ້ແກ່ບຸກຄະລາ ກອນດ້ານປ່າໄມ້ໃນຮູບແບບຕ່າງໆ ທັງໄລຍະສັ້ນ ແລະ ໄລຍະຍາວ. ແຜນການຮ່ວມມືຕໍ່ໜ້ານອກຈາກ ແຜນງານທີ່ມີແລ້ວໄດ້ສະເໜີໂຄງການເພີ່ມເຊັ່ນ: ໂຄງການປົກປັກຮັກ ສາໄຟປ່າ ແລະ ສະເໜີຄວາມເປັນໄປ ໄດ້ໃນການສ້າງຕ້ັງອົງກອນຮ່ວມມືດ້ານປ່າໄມ້ອາຊີ-ສ ເກົາຫລີ.

ໜັງສືພິມຂ່າວສານປະເທດລາວ, 23/12/2014