ຕອນເຊົ້າຂອງໃນວັນທີ່ 22-23 ກໍລະກົດ 2015 ສູນເຄືອຂ່າຍຂໍ້ມູນຂ່າວສານການຄຸ້ມຄອງການນຳໃຊ້ທີ່ດິນກະສິກຳໄດ້ຈັດວາງສະແດງເອກະສານ, ກົດໜາຍ, ກໍລະນີສຶກສາ, ການກະສິກຳ ແລະ ຊັບພະຍາກອນທຳມະ
ຊາດ ແລະ ສື່ສິ່ງພີມທີ່ກ່ຽວກັບການນຳໃຊ້ທີ່ດິນ, REDD, EU FLEGT ຂຶ້ນທີ່ທີ່ສູນຮ່ວມມືສາກົນລາວຍີ່ປຸ່ນ ເພື່ອເຜີຍແຜ່ຂໍ້ມູນ ແລະເປັນການສ້າງຄວາມສຳພັນທີ່ດີກັບບັນດາເພື່ອນຮ່ວມງານເພື່ອໃຫ້ມີຄວາມສະດວກໃນປະສານງານ ແລະ ການຮ່ວມຈັດກິດຈະກຳດີໆເພື່ອສັງຄົມ. ຊຶ່ງການວາງສະແດງດັ່ງກ່າວໄດ້ຮັບຄວາມສົນໃຈຫຼາຍຈາກບັນດາແຂກເຂົ້າມາຮ່ວມງານຄື: ນັກສຶກສາ ແລະ ບຸກຄົນທົ່ວໄປ ໂດຍສະເພາະແມ່ນຈາກ ພາກສ່ວນລັດຖະບານ ແລະ INGO ເຊັ່ນ: VFI, MRC, IWMI ແລະ ກະຊວງກະສິກຳ ແລະ ປ່າໄມ້, ຊຶ່ງມີເນື້ອໃນກ່ຽວກັບ ການປ່ຽນແປງດິນຟ້າອາກາດໃນ ສປປ ລາວ.