ກຸ່ມສົນທະນາປະເດນ “ຄວາມທ່ຽງທຳ”

GREEN Mekong’ ໄດ້ຈັດກຸ່ມສົນທະນາ (Focus Group Discussions - FDGs)ຂຶ້ນ 2 ກຸ່ມ ໃນແຂວງໄຊສົມບູນ ແລະ ແຂວງອັດຕະປື 24-28 ພະຈິກ 2014

ຈຸດປະສົງຂອງ FGDs ເພື່ອ:
1) ການກໍານົດບູລິມະສິດ ແລະ ຄວາມສໍາຄັນທີ່ກ່ຽວຂ້ອງກັບປະເດນ “ຄວາມທ່ຽງທຳ” ລວມທັງສິ່ງທ້າທາຍຕ່າງໆໃນບໍລິບົດຂອງການຄຸ້ມຄອງປ່າໄມ້ ແລະໂຄງການທີ່ກ່ຽວຂ້ອງໃນແຕ່ລະແຂວງ,
2) ການປະເມີນກົນໄກແລະ ຈຸດເດ່ນທີ່ມີຢູ່ແລ້ວໃນການຄຸ້ມຄອງປ່າໄມ້ ເພື່ອປັບປຸງຄວາມທ່ຽງທຳໃນວຽກງານຂອງການຄຸ້ມຄອງປ່າໄມ້ສໍາລັບ ປະຊາຊົນໃນທ້ອງຖິ່ນ.
3) ກໍານົດ, ປະເມີນ, ສະເໜີວິທີການ ແລະ ຂໍ້ແນະນຳ ເພື່ອຫຼຸດຊ່ວງຫວ່າງຂອງຄວາມເຫຼື່ອມລ້ຳ ໂດຍສະເພາະແມ່ນຄວາມທ່ຽງທຳລະຫວ່າງຍິງຊາຍໃນບໍລິບົດຂອງ ການຄຸ້ມຄອງປ່າໄມ້ ແລະ ໂຄງການທີ່ກ່ຽວຂ້ອງ.

ຜູ້ເຂົ້າຮ່ວມ /ຜູ້ນຳສະເໜີ ຄັ້ງຫຼ້າສຸດ 3 FGDs ໃນ ສ. ປ. ປ. ລາວ ນັ້ນເປັນສະມາຊິກ GREEN Mekong Regional Learning Group (RLG).
ຜ່ານປະສົບການຄັ້ງນີ້ ສະມາຊິກ RLG ນຳເອົາຄວາມຮູ້ແລະທັກສະ ຈາກການອົບຮົມມາໃຊ້ຢ່າງແທ້ຈຶ່ງ ໂອກາດທີ່ໄດ້ເປັນຜູ້ນຳສະເໜີປະເດ່ນດ້ວຍຕົວເອງ ຊ່ວຍໃຫ້ສະມາຊິກ RLG ໄດ້ຮຽນຮູ້ກ່ຽວກັບເລື່ອງ ຄວາມທ່ຽງທຳ ພວກເຂົາສາມາດທີ່ຈະແບ່ງປັນຄວາມຄິດເຫັນໃນການປັບປຸງວິທີການ, ມີຄວາມຮູ້ສຶກເປັນເຈົ້າການຮັບຜິດຊອບການປະຊຸມການຕາມໝອບໝາຍ.

ທາງທີມງານໄດ້ຕົກລົງເຫັນດີທີ່ຈະເກັບກໍາຂໍ້ມູນກ່ຽວກັບ “ຄວາມທ່ຽງທຳ” ໃນເຂດພື້ນທີ່ຂອງຂອງເຂົາເຈົ້າ ຕາມການໄດ້ຮັບການມອບໝາຍຈາກ RLG. "ການມີສ່ວນຮ່ວມໃນການຕັດສິນໃຈ" ເປັນຈຸດສຳຄັນໃນການວິເຄາະ
ການວິເຄາະແບບສົມທຽບ (Comparative analysis) ຈະເປັນຮູບແບບຂອງງານສຶກສາໃນຂັ້ນຕົ້ນ . ພວກເຂົາເຈົ້າຈະທົບທວນຄືນຄໍາຖາມ ໃນແງ່ມູມບາງສ່ວນທີ່ໄດ້ເລືອກໄວ້ຂອງແນວຄິດເລື່ອງຄວາມທ່ຽວທຳ ແລະແລກປ່ຽນ ຜົນການປະເມີນ ແລະ ຈະແລກປ່ຽນແຜນງານ ແລະ ຮ່າງງົບປະມານໃໝ່ໃນຊ່ວງກາງເດືອນທັນວານີ້