ສະວິດເຊີແລນ ແລະ ເຢຍລະມັນ ມອບເງິນ 12ລ້ານດອນລາສະຫະລັດ ເພື່ອວຽກງານການຈັດການທີ່ດິນຢ່າງທ່ຽງທຳ

ສະຫຼຸບຈາກວຽງຈັນທາຍ 16 ມີນາ 2015

ລັດທະບານເຊີວິດສະແລນ ຕົວແທນຈາກໜ່ວຍງານຊະວິດເພື່ອການພັດທະນາ (SDC) ແລະ ລັດຖະບານລາວຕົວແທນຈາກກະຊວງແຜນການແລະການລົງທຶນ ໃນວັນສຸກທີຜ່ານມາ ເປີດໂຕໂຄງການພູມມິພາກລຸ່ມແມ່ນໍ້າຂອງ ແລະ ປະຊາທິປະໄຕໃນປະເທດລາວ ໂຄງການຊຶ່ງມີການວາງແຜນສຳລັບໄລຍະເວລາແປດປີ ຈະໄດ້ຮັບການສະໜັບສະໜູນທາງການເງິນຈາກລັດຖະບານສະວິດ ຈຳນວນ 8 ລ້ານດອນລາສະຫະລັດ (65,200,000,000ກີບ) ແລະ ຈາກລັດຖະບານເຢຍລະມັນຜ່ານທາງກະຊວງ ເພື່ອຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາ (BMZ) ເປັນຈຳນວນເງິນ 3,5 ລ້ານຢູໂລ(ປະມານ 3,700,000 $ ຫຼື 30 ພັນລ້ານກີບ)

ລັດຖະມົນຕີຕ່າງປະເທດຂອງສະມາພັນຊະວິດ ທ່ານມານູເອລ ສາເຈີ ແລະ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ດຣ ກິແກ້ວ ຈັນທະບຸລີ ລົງນາມໃນບົດບັນທຶກຄວາມເຂົ້າໃຈໃນການເປີດໂຕຂອງໂຄງການ

ໂຄງການເປັນຄວາມຄິດລິເລີ້ມທີ່ຈະສະໜັບສະໜູນການຮັກສາຄວາມປອດໄພການຄອບຄອງທີ່ດິນໃຫ້ກັບຄອບຄົວຊາວໄຮ່ຊາວນາ ໂດຍສະເພາະຢ່າງຍິ່ງຜູ່ຍິງ ແລະ ກຸ່ມຊາດພັນ ໂດຍສົ່ງເສີມໃຫ້ມີການສ້າງນະໂຍບາຍ ແລະ ການເຮັດວຽກທີ່ໃຫ້ປະໂຫຍດຕໍ່ກຸ່ມເປົ້າໝາຍ

“ໂຄງການປະຊາທິປະໄຕພູມມິພາກລຸ່ມແມ່ນໍ້າຂອງ ທີ່ດິນຈະຊ່ວຍໃຫ້ຄອບຄົວຊາວໄຮ່ຊາວສວນໃນປະເທດລາວ ໂດຍສະເພາະຢ່າງຍິ່ງຊາວໄຮ່ຊາວສວນທີ່ເປັນແມ່ຍິງ ແລະ ຜູ່ທີ່ເປັນກຸ່ມຊາດພັນສາມາດມີສິດ ແລະ ໃຊ້ພື້ນທີ່ຂອງລັດ ປ່າໄມ້ ແລະ ການປະມົງຢ່າງເປັນທຳ” ດຣ ກິແກ້ວ ກ່າວ