RRDTC ໄດ້​ຈັດການຝຶກເພື່ອເປັນຄູຝຶກ (Training of Trainers)

ການຝຶກເພື່ອເປັນຄູຝຶກໃຫ້ພະນັກງານຫ້ອງການ ຂັ້ນແຂວງ ແລະ ໂຄງການ ໃນລະຫວ່າງວັນທີ 6-9 ເມສາ (4) 2015,

ທີ່ ເມືອງຍອດອູ ແຂວງຜົ້ງສາລີ

ຄູຝຶກ: ອຈ ວົງພູມາ ອູ່ທອງຄຳ ແລະ ອຈ ລັ່ງ ແສງດາລາ

ໃນຕອນເຊົ້າຂອງວັນທີ 6 ເມສາ ການຝຶກອົບຮົມໄດ້ໄຂຂຶ້ນເປັນທາງການ ໃຫ້ກຽດເປັນ ປະທານ ໂດຍ ທ່ານ ສົມຫວັງ ສຸມວິໄລ ຮອງເຈົ້າເມືອງ-ເມືອງຍອດອູ ຜູ່ຮັບຜິດຊອບວຽກ ງານໂຂງເຂດເສດຖະກິດ ແລະ ຜູ່ປະສານງານໂຄງການ,

ມີຜູ່ເຂົ້າຮ່ວມທັງໝົດ 20 ທ່ານ ຍິງ 8 ທ່ານ ທີ່ມາຈາກພາກລັດ 17 ຫ້ອງການຂອງເມືອງ, ສຊລ 2 ທ່ານ ແລະ ຄູຝຶກ 2 ທ່ານ

ການປະເມີນກ່ອນ-ຫຼັງການຝຶກອົບຮົມ:

- ນັກສຳມະນາກອນມີຄວາມເຂົ້າໃຈກ່ຽວກັບເນື້ອໃນບົດຮຽນການຝຶກອົບຮົມ ສະເລ່ຍເພີ້ມຂຶ້ນ 38.89% ຊຶ່ງມັນສະແດງອອກຈາກຕົວເລກການປະເມີນ ຈາກ 48.83% ມາເປັນ 87.72%