ນັກ​ສຶກສາ​ຮ່ວມ​ກິດຈະກຳໂຕ້​ວາທີ​ກ່ຽວກັບ​ການ​ອານຸລັກ​ປ່າ​ໄມ້

Vientiane Times, April 2, 2015

ນັກ​ສຶກສາ​ຄະນະ​ນິຕິສາດ​ແລະ​ລັດຖະສາດຂອງມະຫາວິທະຍາ​ໄລ​ແຫ່ງ​ຊາດ​ ​ໄດ້​​ເຂົ້າ​ຮ່ວມກອງ​ປະຊຸມສຳ​ມະ​ນາ ​ແລະກິດຈະກຳການ​ໂຕ້​ວາທີ​, ​ເພື່ອ​ສົນທະນາ​ກັນໃນ​ຫົວ​ຂໍ້ “ການ​ອານຸລັກ​ຮັກສາ​ປ່າ​ໄມ້ ​ແລະການພັດທະ​ນາ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາ​ຊົນ” ກິດຈະກໍາການ​ໂຕ້​ວາທີດັ່ງ​ກ່າວ​ຈັດ​ຂື້ນ​ໂດຍກຸ່ມ​ນັກ​ສຶກສາ​ໂຕ້​ວາທີ​ຂອງ​ຄະນະນິຕິສາດ​ ແລະ​ ລັດຖະສາດ, ​ແລະສະໜັບສະໜູນ​ໂດຍຫຼາຍ​ພາກສ່ວນເຊັ່ນ: ຄະນະກຳມະການ​ເພື່ອການ​ຮ່ວມ​ມື​ກັບສປປລາວ(CCL),ອົງການ CARE,ກອງ​ທຶນ​ໂລກ​ເພື່ອ​ອານຸລັກທຳ​ມະ​ຊາດ(WWF), ກຸ່ມ​ເຄື່ອຂ່າຍ​ທີ່​ດິນ (LIWG) ​ແລະສະຫະພາບ​ເອີ​ຣົບ(EU).

ການ​ສຳ​ມະ​ນາ​ແລະກິດຈະກຳ​ການໂຕ້​ວາທີ​​​ແມ່ນຈັດ​ຂື້ນ​ເພື່ອ​​ໃຫ້​ຄວາມ​ຮູ້​​ແກ່​ນັກ​ສຶກສາ ​ເພື່ອ​ໃຫ້​ຮູ້​ເຖິງຄວາມ​ສຳຄັນ​ຂອງການ​ອາ​ນຸລັກ​ປ່າ​ໄມ້ ​ແລະວິຖີ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ, ພ້ອມ​ກັນ​ນັ້ນກິດຈະກຳ​ດັ່ງກ່າວ​ຍັງ​ຖືກ​ຈັດ​ຂື້ນ​ເພື່ອ​ລະນຶກ​ເຖິງ​ວັນ​ປ່າ​ໄມ້ສາກົນວັນ​ທີ່ 21 ມີນາ​. ບັນດາ​ນັກ​ສຶກສາ​ໄດ້​ພ້ອມ​​ກັນໂຕ້​ວາທີ​ເພື່ອຫາ​ເຫດຜົນທີ່ວ່າຈະ​ອະນຸລັກ​ປ່າ​ໄມ້​ແນວ​ໃດ ​ເພື່ອ​ໃຫ້​ມັນມີ​ຄວາມ​ສົມ​ສ່ວນ,ມີ​ຄວາມຍຸດຕິ​ທຳ​​ ແລະຄວາມສະ​ເໝີ​ພາບໄປ​ພ້ອມໆກັນ​ກັບ​ການພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃນ ສປປ ລາວ.​ ​ທ່ານ Anthony Gueguen, ທີ່​ປຶກສາ​​ຂອງໂຄງການຄະນະ ກຳມະການ​ເພື່ອການ​ຮ່ວມ​ມື​ກັບສປປລາວ(CCL) ​ໄດ້​ກ່າວ​ໃນ​ການ​ສຳ​ມະ​ນາ​ວ່າ “ອີກ​ຫົວ​ຂໍ້ໜຶ່ງ​ທີ່ພວກ​ເຮົາ​ຄວນ​​ເນັ້ນໜັກໃສ່​ເມື່ອ​ເວລາ​ທີ່ພວກ​ເຮົາ​ໄດ້​ລົງມື​ປະຕິບັດກິດຈະກຳ​ການ​ອານຸລັກ​ປ່າ​ໄມ້ຄືພວກ​ເຮົາ​ຄວນ​ໃຫ້ການ​ຊ່ວຍ​ເຫຼືອບັນດາ​ຊຸມ​ຊົນ​ທີ່​ດຳລົງຊີວິດ​ຕິດ​ພັນ​ກັບ​ທຳ​ມະ​ຊາດ”​.

​“ພວກ​ເຮົາ​ຕ້ອງການ​ສ້າງ​ໃຫ້​ບັນດາຊຸມ​ຊົນ​ດັ່ງກ່າວເປັນ​ສ່ວນໜຶ່ງ​ໃນ​ຂະ​ບວນການການວາງ​ແຜນ​ເພື່ອການອານຸລັກ​ປ່າ​ໄມ້ ​ແລະ ​ເພື່ອສ້າງ​ໃຫ້​ພວກ​ເຂົາສາມາດ​ສະ​ແດງຄວາມ​ຄິດ​​ເປັນ​ຂອງ​ຕົນ​ເອງ​ເພື່ອ​ນຳ​​ໄປ​ສູ່​ການ​ຕັດສິນ​ໃຈ​ທີ່ຖືກຕ້ອງ”​. ຍ້ອນພົນລະເມືອງລາວແມ່ນສ່ວນຫລາຍອາ​ໄສຢູ່ເຂດ ຊົນນະບົດ, ຄົນຫລາຍຄົນອີງໃສ່ຊັບພະຍາກອນທຳມະຊາດແລະຜະລິດຕະພັນປ່າໄມ້ທີ່ບໍ່ແມ່ນໄມ້ເພື່ອດຳລົງຊີວິດຂອງເຂົາ. ເພື່ອຮັກສາຊີວະນານາ ພັນໃນປ່າໄມ້ດ້ວຍການສະໜັບສະໜູນຊຸມຊົນນັ້ນ, ລັດຖະບານໄດ້ຕັ້ງ 3.3 ລ້ານເຮັກຕາເປັນເຂດປ່າໄມ້ສະຫງວນແລະອີກ 3.4 ລ້ານເຮັກຕາເປັນເຂດ ປ່າໄມ້ສຳລັບການຜະລິດ. ນອກຈາກນັ້ນລັດຖະບານມີເປົ້າໝາຍອັນທະເຍີທະຍານວ່າຈົນຮອດປີ 2020, 70% ຂອງເຂດລາວຈະປົກຫຸ້ມດ້ວຍປ່າໄມ້ ພ້ອມດ້ວຍການນຳໃຊ້ແລະຂະຫຍາຍເຂດໄມ້ໃຫ້ເປັນປ່າຢ່າງຖືກຕ້ອງ. ປະຊາຊົນ​ສ່ວນ​ຫຼາຍ​ລິ​ເລີ່​ມຈະ​ຮັບ​ຮູ້​ແລ້ວ​ວ່ານີ້​ແມ່ນ​ການ​ປະກອບສ່ວນ​ທີ່​ສຳຄັນ​​ໃນຊຸມ​ຊົນ​ທ້ອງ​ຖິ່ນ​, ​ທີ່​ເປັນ​ປະ​ໂຫຍ​ດຕໍ່ຍຸດ​ທະ​ສາດ​ສຳລັບ​ການການ​ພັດທະນາ​ປ່າ​ໄມ້​ແບບ​ຢືນ​ຢົງ ​ແລະການບັນ​ເທົາ​ຄວາມທຸກ​ຍາກພາຍ​ໃນ​ຊຸມ​ຊົນ. ໃນ​ຕອນ​ຕົ້ນ​ຂອງກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ສຶກສາ​ທີ່​ເຂົ້າ​ຮ່ວມ​ໄດ້​ຮັບ​ການຝຶກ​ອົບຮົມ​ທັກ​ສະການ​ສົນທະນາ​ໃນ​ການ​ໂຕ້​ວາທີພ້ອມ​ທັງ​ໄດ້​ຮັບ​ຟັງການ​ບັນຍາຍ​ເລື່ອງ​ສັ້ນ​ກ່ຽວກັບ​ປ່າ​ໄມ້, ​ເຊິ່ງບັນຍາຍ​ໂດຍ​ ທ່ານດວງ​ພະຈັນຈຳປາ​ພອນ​ວິ​ໄລ​ ອຳນວຍການ​ໂຄງການສຳພັນ​ທະ​ມິດ​ຊຸມ​ຊົນ​ສີຂຽວ(GCA) ​ແລະທ່ານສົມ​ພອນ​ ບົວ​ສະຫວັນອຳນວຍການປະຈຳ​ພາກ​ພື້ນ​ໂຄງການກອງ​ທຶນ​ໂລກ​ເພື່ອອານຸລັກ​ທຳ​ມະ​ຊາດ(WWF)​. ກອງ​ປະຊຸມ​ສຳ​ມະ​ນາ ​ແລະກິດຈະ​ກຳໂຕ​ວາທີ​ໄດ້​ຈັດ​ຂື້ນ​ທີ່ຄະນະ​ນິຕິສາດ​ ແລະ​ ລັດຖະສາດມື້ວານ​ນີ້. ທ່ານສົມ​ພອນ​ ບົວ​ສະຫວັນອຳນວຍການປະຈຳ​ພາກ​ພື້ນ​ໂຄງການກອງ​ທຶນ​ໂລກ​ເພື່ອ​ອານຸລັກທຳ​ມະ​ຊາດ(WWF)​ ​ໄດ້​ກ່າວ​ວ່າ “ຈາກ​ປະສົບ​ການທີ່​ຜ່ານ​ມາ​ສະ​ແດງ​ໃຫ້​ຮູ້​ວ່າຄວາມ​ສຳ​ເລັດ​ມີ​ຄວາມ​ເປັນ​ໄປ​ໄດ້ຫຼາຍຂື້ນ​ເມື່ອປະຊາຊົນ​ໄດ້​ຮັບ​ໂອກາດ​​ເປັນສ່ວນ​ໜຶ່ງ​ໃນ​ການ​ຕັດສິນ​​​ໃຈເລືອກ ​ແລະດຳ​ເນີນວຽກງານ​ການອານຸລັກ​ຮັກສາ​ປ່າ​ໄມ້. ​ເຊິ່ງວ່າພວກ​ວັດ​ແທກ​ໄດ້​ໂດຍ​ຜ່ານ​ຊຸມ​ຊົນຂອງ​ພວກ​ເຮົາ​ເອງ​ເຊັ່ນ:ຊຸມ​ຊົນ​​ການ​ປະມົງແລະ​ໂຄງການ​ການ​ຜະລິດ​​ຫວາຍ​ແບບ​ຢືນ​ຍົງ”.

Times reporters / Tadam