ປ່າສະຫງວນແຫ່ງຊາດນ້ຳກ່ານ ມີທີ່ຕັ້ງຢູ່ ບ້ານຕູບ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ. ຫ່າງຈາກເທດສະບານ ແຂວງ 85 ກິໂລແມັດ, ມີເນື້ອທີ່ 136,000 ເຮັກຕາ. ນັບແຕ່ ເດືອນກັນຍາ 2008 ປ່າສະຫງວນແຫ່ງຊາດນ້ຳກ່ານ ໄດ້ຖືກປະກາດເປັນ ປ່າສະຫງວນແຫ່ງຊາດ ແຫ່ງທີ່ 21 ເປັນທາງການຂອງ ສປປ ລາວ. ເຂດປ່າສະຫງວນດັ່ງກ່າວ ກໍ່ໄດ້ ເປັນປ່າທີ່ໄດ້ຮັບ ການຢ້ຽມຢາມຫຼາຍທີ່ສຸດ ໃນການສົ່ງເສີມການ ນຳໃຊ້ສິ່ງອຳນວຍຄວາມສະດວກ. ຄູ່ຮ່ວມງານກາກບອນ ປ່າໄມ້ (FCPF, Forets Carbon Partnership Facility) ແລະ ແຜນງານ REDD+ (ການຫຼຸດຜ່ອນການປ່ອຍອາຍແກັດເຮືອນແກ້ວ ຈາກການຕັດໄມ້ທຳລາຍປ່າ ແລະ ການເຮັດໃຫ້ປ່າເຊື່ອມໂຊມ, Reducing Emissions from Deforestation and Forest Degradation) ໃນປີ 2010 ຊີວະນາໆພັນຂອງໂລກ, ບໍລິສັດອານຸລັກຊີວະນາໆພັນ ເອນີໂມ ໄດ້ບັນລຸຜົນສຳເລັດ ດ້ານການປົກປັກຮັກສາປ່າໄມ້, ການທ່ອງທ່ຽວການປູກຕົ້ນໄມ້ ແລະ ການສະໜັບສະໜູນ ການຫັນກະສິກຳຈາກການເຮັດໄຮ່ ມາເປັນການເຮັດນາຄົງທີ່ ເພຶ່ອຮັບປະກັນລະດັບ ການປົກປັກຮັກສາ ແລະ ສ້າງມູນຄ່າ ໃຫ້ແກ່ ປ່າສະຫງວນໃຫ້ນັບມື້ນັບດີຂຶ້ນ. ການພັດທະນາໂຄງການ Gibbon Experience ໃນ ປ່າສະຫງວນແຫ່ງຊາດນ້ຳກ່ານ ເຊິ່ງວັດຖຸປະສົງຕົ້ນຕໍ ແມ່ນ ເພື່ອປົກປັກຮັກສາປ່າໄມ້ດ້ວຍ ການພັດທະນາ ການທ່ອງທ່ຽວແບບທຳມະຊາດ ເພື່ອສາມາດຊ່ວຍປະກອບທຶນສ່ວນໜຶ່ງ ໃຫ້ແກ່ ການປົກປັກຮັກສາ ຊີວະນາໆພັນ ໃຫ້ຜົນປະໂຫຍດແກ່ ແຂວງບໍ່ແກ້ວ ໃນປະຈຸບັນດ້ວຍຫຼາຍຮູບແບບ ໃນການສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນ ໂຄງການໄດ້ສ້າງວຽກງານ ດ້ານການທ່ອງທ່ຽວ ໃຫ້ແກ່ປະຊາຊົນເຂດຊົນນະບົດ ໂດຍຈິດວິນຍານ ໃນການປົກປັກຮັກສາ ຊັບພະຍາກອນທຳມະຊາດ. ໃນເມື່ອກ່ອນ ເມືອງຫ້ວຍຊາຍທີ່ພຽງແຕ່ເປັນດ່ານຊາຍແດນ ໄດ້ກາຍມາເປັນປາຍທາງການທ່ອງ ທ່ຽວ. ການສ້າງວຽກເຮັດງານທຳ ໃນຂະແໜງການທ່ອງທ່ຽວທຳມະຊາດ ແລະ ເພື່ອປົກປັກຮັກສາປ່າໄມ້ ເພື່ອຫຼຸດຜ່ອນ ການຖາງໄຮ່ ແລະ ຈູດປ່າ ໂດຍບໍລິສັດເປັນສ່ວນປະກອບໜຶ່ງ ໃນການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ່ 6 ຂອງລັດຖະບານລາວ, ເຊິ່ງວັດຖຸປະສົງ ແມ່ນເພື່ອລຸດພົ້ນ ຄວາມທຸກຍາກ ເຊິ່ງໄດ້ກ່າວໄວ້ ໃນຍຸດທະສາດແຫ່ງຊາດ ເພື່ອພັດທະນາ ແລະ ການລົບລ້າງຄວາມທຸກຍາກຮອດປີ 2020.
ເນື່ອງຈາກປ່າສະຫງວນແຫ່ງຊາດນໍ້າກ່ານ, ແຂວງບໍ່ແກ້ວ ໄດ້ກາຍເປັນປາຍທາງທ່ອງທ່ຽວສ່ວນໜຶ່ງ ແລະ ເປັນທີ່ຮູ້ຈັກໃນທົ່ວໂລກ. ການທ່ອງທ່ຽວແບບອະນຸລັກຊີວະນາໆພັນ ແມ່ນ ການທ່ອງທ່ຽວຍ່າງປ່າ ໃຊ້ເວລາ 1 ຊົ່ວໂມງ ຫຼື 50 ນາທີ ເທົ່ານັ້ນ ຫຼື ທ່ານສາມາດ ເລືອກການຍ່າງປ່າໃນປ່າດົງເລິກ ທີ່ມີຄວາມຕື່ນເຕັ້ນ ແລະ ການພະຈົນໄພຫຼາຍກວ່າ ເຊິ່ງໃຊ້ເວລາ 2 ເຖິງ 3 ຊົ່ວໂມງຕໍ່ວັນ ຕາມລຳນ້ຳງາ. ບໍລິສັດອະນຸລັກຊີວະນາໆພັນ (The Gibbon experience) ເປັນໂຄງການປູກປ່າ ແລະ ອະນຸລັກສັດປ່າ ເຊິ່ງມີ ແຫຼ່ງລາຍຮັບຈາກທຸລະກິດການທ່ອງທ່ຽວ ແບບອະນຸລັກ ທີ່ນຳໃຊ້ແຫຼ່ງລາຍຮັບດັ່ງກ່າວ ເຂົ້າໃນໂຄງການຄຸ້ມຄອງຊັບພະຍາກອນທຳມະຊາດ ຂອງຊຸມຊົນທ້ອງຖິ່ນແບບຄົບວົງຈອນ ໃນເຂດປ່າສະຫງວນແຫ່ງຊາດນ້ຳກ່ານ.
http://www.laogov.gov.la/province/Pages/Provincetourism.aspx?CateID=6&It...
News Type:
- News Brief