ຜົນໄດ້ຮັບ
ຜົນໄດ້ຮັບ
ຜົນໄດ້ຮັບຂອງກິດຈະກຳຂອງ ລີຄອບ ທີ່ຕ້ອງການກໍຄື ‘ຊຸມຊົນທ້ອງຖິ່ນຜູ້ທີ່ມີອຳນາດ ໄດ້ເຂົ້າຮ່ວມ ຢ່າງມີປະສິດທິພາບ ແລະ ຢ່າງທ່ຽງທຳ ໃນວຽກງານຄຸ້ມຄອງປ່າໄມ້ແບບຍືນນານແບບພຸມມີທັດ’.
ຈາກການເຮັດການສຳຫຼວດ ແລະ ປະສົບການຂອງໂຄງການປ່າໄມ້ບ້ານ ໄດ້ໃຫ້ຮູ້ວ່າ ການເຂົ້າຮ່ວມຂອງຊຸມຊົນ ນັ້ນມີຄວາມສຳຫຼາຍ ແລະ ໝາຍເຖີງຄວາມຕ້ອງການທີ່ພວກເຂົາທີ່ຈະຕ້ອງມີສິດທິທີ່ໝັ້ນຄົງ ເພື່ອຄຸ້ມຄອງຊັບພະຍາກອນປ່າໄມ້, ມີຜົນປະໂຫຍດຈາກການຄຸ້ມຄອງປ່າໄມ້, ປັບປຸງການຄຸ້ມຄອງ, ກ່ຽວພັນກັບວຽກງານການຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ ພ້ອມທັງມີການກະກຽມການແກ້ໄຂຂໍ້ຂັດແຍ່ງທີ່ດີ.
ລີຄອບເຂົ້າໃຈວ່າ ການປ່ຽນແປງເລົ່ານີ້ ລີຄອບຈະບໍ່ສາມາດເຮັດໄດ້ພຽງຜູ້ດຽວ. ດັ່ງນັ້ນ ມັນຕ້ອງມີຍຸດທະສາດການຮ່ວມງານ, ການປະສານງານ, ການວາງແຜນ ແລະ ເຮັດວຽກຮ່ວມກັນ ກັບພາກສ່ວນອື່ນໆ ທີ່ກ່ຽວຂ້ອງ, ການຊຸກຍູ້ ການວາງແຜນ ແລະ ຈັດຕັ້ງປະຕິບັດແຜນກງານປ່າໄມ້ບ້ານໃນລະດັບປະເທດ.
ດັ່ງນັ້ນເອງ ຜົນໄດ້ຮັບ ນັ້ນແມ່ນມາຈາກກິດຈະກຳ ຂອງຫຼາຍໆພາກສ່ວນ ໂດຍທີ່ບໍ່ແມ່ນພາຍໄຕ້ ຂອງອົງການລີລອບ ແຕ່ ອາດຈະມີການພົວພັນ ແລະ ແລກປ່ຽນປະສົບການ ແລະ ຂໍ້ມູນ ນຳກຳ
ການຈັດຕັ້ງການຕິດຕາມ ແລະ ປະເມີນຜົນ ແມ່ນມີຄວາມສຳຄັນຫຼາຍ ເພື່ອທີ່ຈະປະເມີນຜົນໄດ້ຮັບ ແລະ ຄຸນນະພາບຂອງກິດຈະກຳ ແລະ ແຜນງານ ທີ່ໄດ້ຈັດຕັ້ງປະຕິບັດໄປ ແລະ ປະເມີນເບີ່ງວ່າ ກິດຈະກຳ ແລະ ແຜນງານ ດັ່ງກ່າວນັ້ນ ມັນໄດ້ປະກອບສ່ວນແນວໃດ ເຂົ້າໃນການປ່ຽນແປງ ໂດຍສະເພາະ ຄວາມອາດສາມາດຂອງທ້ອງຖິ່ນ, ແລະ ກໍຢາກຮູ້ວ່າ ການຈັດຕັ້ງປະຕິບັດນັ້ນ ແມ່ນມີຜົນກະທົບແນວໃດ ຕໍ່ປະສິດທະພາບຂອງຄົນທ້ອງຖິ່ນ ໃນການເຂົ້າຮ່ວມ ໃນການຄຸ້ມຄອງປ່າໄມ້ແບບຍືນນານ